Pages - Menu

Monday, January 19, 2015

PHP ເຊື່ອມຕໍ່ຖານຂໍ້ມູນ MySQL

ບົດຄວາມນີ້ຈະກ່ຽວກັບການຂຽນ PHP ໃຫ້ເຊື່ອມຕໍ່ກັບຖານຂໍ້ມູນ (MySQL) ສຳລັບຜູ້ຮຽນຜູ້ໃດຍັງຂຽນ ພາສາ PHP ບໍ່ເປັນເທື່ອໃຫ້ໄປອ່ານກ່ຽວກັບພາສາ PHP ຢຸ່ ສາລະບານ ກ່ອນເນາະ.
ເລີ່ມກັນເລີຍ!!! (ແກ້ໄຂ ໃນນີ້ຈະຂຽນໃຫ້ເບິ່ງແບບສັ້ນກັບແບບລະອຽດ)

ກ່ອນອື່ນເຮົາກໍ່ຕ້ອງສ້າງຖານຂໍ້ມູນກ່ອນໃນນີ້


ເມື່ອສ້າງແລ້ວໆເຮົາກໍ່ຂຽນ PHP ໃຫ້ເຊື່ອມຕໍ່ກັບຖານຂໍ້ມູນ.


ໂດຍຄຳສັ່ງທີ່ສັ່ງໃຫ້ PHP ເຊື່ອມຕໍ່ກັບຖານຂໍ້ມູນແມ່ນ mysql_connect($host, $dbuser, $password)
ເມື່ອເຊື່ອມຕໍ່ແລ້ວກໍສັ່ງໃຫ້ມັນເລືອກເອົາ ຖານຂໍ້ມູນທີ່ເຮົາສ້າງຂຶ້ນມາກ່ອນໜ້ານີ້ ດ້ວຍຄຳສັ່ງ mysql_select_db($dbname,$dbconnect)

ຕໍ່ມາຈະເປັນແບບສັ້ນກະທັດຮັດແຕ່ສາມາດນຳໃຊ້ໄດ້ເຊັ່ນດຽວກັນ


ພຽງເທົ່ານີ້ໄຟລ໌ PHP ປັດຈຸບັນຂອງເຮົາກໍ່ເຊື່ອມຕໍ່ກັບ ຖານຂໍ້ມູນແລ້ວ..!

Monday, January 12, 2015

ການຕິດຕັ້ງເວັບເຊີເວີ້ຈຳລອງໃນເຄື່ອງ

ກ່ອນຈະເລີ່ມຕົ້ນຂຽນ PHP ເຮົາກໍ່ຕ້ອງຕິດຕັ້ງໂປແກມຈຳລອງ Server ໃນເຄື່ອງສາກ່ອນ. ໃນນີ້ຂ້ອຍຈະນຳໃຊ້ໂປແກມ Xampp.
 ເຊິ່ງເປັນໂປແກມໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ. ເຊິ່ງໃຜທີ່ຍັງໃຊ້ Appserv ຢູ່ ແນະນຳໃຫ້ປ່ຽນມາໃຊ້ໂຕນີ້ເພາະ Appserv ເຂົາເຊົາພັດທະນາແລ້ວ ແລະ Service ທີ່ໃຊ້ຢູ່ກໍ່ເປັນເວີຊັ້ນເກົ່າແລ້ວ.

 ສຳລັບໃຜທີ່ຕ້ອງການດາວໂຫຼດຕາມລິ້ງນີ້ເລີຍເນາະ
https://www.apachefriends.org/index.html