Pages - Menu

Wednesday, July 10, 2013

Google Drive : Script Execution [ການໂຈມຕີແບບ Phishing]


ອ່ານຈາກຫົວຂໍ້ກໍໜ້າຈະຮູ້ແລ້ວເນາະວ່າກ່ຽວກັບ Google Drive. ຫຼັງຈາກທີ່ໄດ້ໄປຮ່ວມງານ GOOGLE Service Workshop ຕອນ Google Drive ຂອງ GDG Vientiane ທີ່ໄດ້ຈັດຂຶ້ນ ວັນທີ 6 ກໍລະກົດ 2013 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ ກໍ່ໄດ້ຄິດວ່າລະບົບນິຊິມີຊ່ອງໂວ່ຫຍັງບໍ .. ກໍ່ນັ່ງຫາໆໄປ ບັງເອີນເຫັນບົດຄວາມໜຶ່ງທີ່ TheHackerNews.com ເປັນການຄົ້ນພົບເຫັນຂອງນັກກວດສອບລະບົບຊາວອິນເດຍທ່ານໜຶ່ງ ເພິ່ນວ່າ Google Drive ມີວິທີ Execute script ຜ່ານໜ້າເວັບ Google Drive ໄດ້ເລີຍເຊິ່ງເພິ່ນກໍ່ແຈ້ງໄປທາງ Google ຮຽບຮ້ອຍແລ້ວແຕ່ ທາງ Google ບອກວ່າມັນບໍ່ແມ່ນບັ໋ກ ເປັນສິ່ງທີ່ເຂົາເຮັດມາເພື່ອການນີ້ຢູ່ແລ້ວ .. ( ?? ງົງຫຼາຍເຕີບ ຫະຫະ) ດັ່ງນັ້ນທາງ Google ກໍ່ເລີຍບໍ່ໄດ້ແກ້ໄຂຫຍັງຈົນເຖິງປັດຈຸບັນ ນີ້.
ແລ້ວອັນທີ່ເວົ້າມາທາງເທິງນີ້ມັນສາມາດເຮັດຫຍັງໄດ້ແດ່ ? ແລະຊິມີຜົນຕໍ່ຜູ້ໃຊ້ຢ່າງພວກເຮົາຢູ່ບໍ ?
ຄຳຕອບ: ແມ່ນຖ້າເປັນຜູ້ໃຊ້ທີ່ເປັນບຸກຄົນທຳມະດາ ໂອກາດຖືກດັກເອົາ email & password ກໍ່ອາດມີສູງແດ່ .
ຄຳຖາມຕໍ່ມາແລ້ວເພິ່ນເຮັດຈັ່ງໃດ?
ເນື່ອງຈາກບັນຫາແມ່ນເຮົາສາມາດ execute script ໄດ້ຜ່ານໜ້າ Google drive ໄດ້ເລີຍຈຶ່ງເປັນຊ່ອງທາງຂອງການເຮັດ Phishing ຫຼື ປ່ອຍ Malware ໆລໆ.
ແທນທີ່ໆ Google Drive ຈະນຳເຮົາໄປໜ້າ Download ໄຟລ໌ດັ່ງກ່າວແຕ່ມັນພັດ run ໄຟລ໌ນັ້ນແທນເຮັດໃຫ້ເຮົາຄິດວ່າໜ້າດັ່ງກ່າວແມ່ນໜ້າຂອງ Google ແທ້ໆເພາະ url ກໍ່ເປັນ url ຂອງ Google ເຮັດໃຫ້ຄົນສ່ວນຫຼາຍເຊື່ອແລະໄວ້ວາງໃຈ.
ຕົວຢ່າງ Link ດາວໂຫຼດໄຟລ໌ຂອງ Google Drive ຈະເປັນແນວນີ້:
https://docs.google.com/uc?authuser=0&id=0B1Aj082HRqaIaW5YclV3aS1mTEk&export=download
ແຕ່ຖ້າຈະໃຫ້ມັນ execute ກໍ່ພຽງແຕ່ປ່ຽນຈາກ download ເປັນ view
https://docs.google.com/uc?authuser=0&id=0B1Aj082HRqaIaW5YclV3aS1mTEk&export=view
ເທົ່ານີ້ກໍ່ສາມາດ run script ຂອງຕົວເອງຢູ່ Google Drive ໄດ້ ແລ້ວ
ແລ້ວເຮົາຈະຖືກໂຈມຕີແບບ Phishing ແນວໃດ ?
ວິທີງ່າຍໆທຳມະດາແມ່ນ Upload ໄຟລ໌ html ທຳມະດາຂຶ້ນໄປ

ໂດຍໄຟລ໌ທຳມະດານີ້ອາດຈະ Copy Source Code ຈາກໜ້າ Login ຂອງ Google Drive ແລ້ວ paste ໃສ່ editor ແລ້ວປັບປ່ຽນ ໃຫ້ສົ່ງຂໍ້ມູນ email & password ເຂົ້າໄປ Server ຂອງຜູ້ບໍ່ຫວັງດີແທນທີ່ຈະສົ່ງໄປ Server ຂອງ Google ເພື່ອ Login
ພາບຕົວຢ່າງ:


ໃນນີ້ແມ່ນການປ່ຽນປາຍທາງຂອງ Login Form ໄປເວັບຂອງຜູ້ບໍ່ຫວັງດີ, ໃນນີ້ກໍ່ຄື sengxay.site88.net/get.php ສ່ວນ get.php ກໍ່ຈະທຳການ ບັນທຶກຂໍ້ມູນ email & password ໄວ້ແລ້ວ redirect ທ່ານໄປສູ່ໜ້າປົກກະຕິ.
ໃນນີ້ລິ້ງດາວໂຫຼດຂອງໄຟລ໌ login.html ແມ່ນ
https://docs.google.com/uc?authuser=0&id=0B1Aj082HRqaIV1lVMUNqNzZoaVk&export=download
ແລ້ວປ່ຽນຄຳວ່າ "download" ເປັນ "view"
https://docs.google.com/uc?authuser=0&id=0B1Aj082HRqaIV1lVMUNqNzZoaVk&export=view
ແລ້ວສົ່ງໄປໃຫ້ເຫຍື່ອຄ້າຍໆເຮັດ Social Engineering ແຕ່ສົມຈິງກວ່າຍ້ອນເຮົາໄດ້ Url ຂອງ Google ມາເຮັດ phishing ເລີຍ, ເມື່ອເຂົ້າໄປເບິ່ງ Link ດັ່ງກ່າວກໍ່ຈະເຫັນຄືໜ້າ Login ປົກກະຕິ ຄ້າຍໆວ່າເຈົ້າຕ້ອງ Login ກ່ອນຈັ່ງສາມາດອ່ານ ໄຟລ໌ດັ່ງກ່າວໄດ້.

ສັງເກດຈຸດຜິດປົກກະຕິຢູ່ URL ຈະເປັນແບບນີ້
https://doc-14-8g-docs.googleusercontent.com/docs/securesc/ha0ro937gcuc7l7deffksulhg5h7mbp1/95fs3ft6e6d9jrmvjip9epbnrbspcs7s/1373421600000/06382057833040067281/*/0B1Aj082HRqaIV1lVMUNqNzZoaVk?h=16653014193614665626&e=view
ແຕ່ຖ້າເຮົາບໍ່ຮູ້ກໍ່ຈະພິມ email & password ເຂົ້າໄປປົກກະຕິ ແຕ່ພັດຖືກດັກແລ້ວສົ່ງໄປໃຫ້ Hacker ຊ້ຳ
email & password ຂອງເຫຍື່ອກໍ່ຖືກດັກເປັນທີ່ຮຽບຮ້ອຍ
*ຄວນປ້ອງກັນແນວໃດ ?
ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ
ຄວນສັງເກດ Link ກ່ອນຈະເຂົ້າລະບົບຫຍັງທີ່ສຳຄັນຢູ່ສະເໝີ

ສ່ວນວ່າໃຜຄິດຈະເຮັດກໍ່ແນະນຳຢ່າເຮັດເລີຍ ເພາະມັນສ່ຽງທີ່ຈະຖືກຈັບໄດ້ ງ່າຍໆ ເນາະ ;)

ເປັນແນວໃດອ່ານແລ້ວຮູ້ສຶກວ່າໂລກເຮົາຢູ່ຍາກຂຶ້ນນັບມື້ບໍ່ 55 , ບົດຄວາມນີ້ ຂ້າພະເຈົ້າຕັ້ງໃຈຂຽນ ແລະໃຊ້ເວລາຫຼາຍຊົ່ວໂມງຫຼາຍ (ບໍ່ເຄີຍຂຽນຫຍັງແບບນິຈັກເທື່ອ) ເປັນແນວໃດກໍ່ຕິຊົມ ຄອມເມັ້ນໄດ້ ເດີ້

No comments:

Post a Comment