Pages - Menu

Friday, December 6, 2013

ແຈກ User & Pass ເວັບ seesantv.com ໃຫ້ຟຣີ !! ລາຄາ $12/ເດືອນ


ເວັບ seesantv.com ເປັນເວັບ streaming ອີກເວັບໜຶ່ງທີ່ ຂພຈ ຕັ້ງເປັນ favorite ໄວ້ເວັບໜຶ່ງເລີຍ
ເພາະເວັບເພິ່ນມີ program tv ຫຼື ໜັງ ເກືອບຄົບໝົດທຸກໝວດ
ແຕ່ມີບັນຫາໜ້ອຍໜຶ່ງບ່ອນວ່າເວັບນີ້ເຂົາບລັອກ Traffic ທີ່ມາແຕ່ປະເທດເຮົາ ແລະກະປະເທດເພື່ອນບ້ານເຮົາ(ສົງໄສກັນຖືກຟ້ອງລິຂະສິດວີດີໂອຕ່າງໆໃນເວັບ)
ສະນັ້ນການທີ່ເຮົາຈະໃຊ້ເວັບນີ້ແມ່ນເຂົ້າເວັບຜ່ານ proxy ແລ້ວ Login ຫຼັງຈາກ login ປຸ໋ບ
ເຮົາກໍ່ສາມາດກົດຢຸດ proxy ແລ້ວໃຊ້ເວັບໄດ້ຕາມປົກກະຕິໂດຍບໍ່ຕ້ອງຜ່ານ proxy .
ສຳລັບທ່ານຜູ້ອ່ານທີ່ຍັງບໍ່ຮູ້ວິທີໃຊ້ proxy ແມ່ນສາມາດອ່ານຕາມລິ້ງນີ້ເລີຍ :
ການໃຊ້ງານ Proxy ດ້ວຍ Add-ons ເສີມ FoxyProxy (Firefox & Chrome)
ສຳລັບລະຫັດໃນການເຂົ້າສູ່ລະບົບເວັບແມ່ນ:
ກົດເພື່ອເບິ່ງລະຫັດ

Proxy :

ละครไทย (ออนแอร์) / Thai Dramas (on air)
ละครไทย (อวสาน) / Thai Dramas (ended)
ซีรี่ย์ญี่ปุ่น / Japanese Series
หนังจีนชุด / Chinese Series
ซีรี่ย์ฝรั่ง / US Series
ซีรี่ย์เกาหลี (ซับไทย) / Korean Series (sub thai)
ซีรี่ย์อินเดีย / Indian Series
ซีรี่ย์เกาหลี / Korean Series
ข่าวบันเทิง / Entertainment News
ข่าว / News
หนังไทยใหม่ & โชว์ใหม่ / New Thai Movies
แกะกล่องหนังไทย / Old Thai Movies
ภาพยนตร์ไทย / Thai Movies
ภาพยนตร์ญี่ปุ่น / Japanese Movies
ภาพยนตร์อินเดีย / Indian Movies
ภาพยนตร์ฝรั่งใหม่ / New Hollywood Movies
หนังดังสุดสัปดาห์ / Saturday Movies of Ch.3
ภาพยนตร์ 20+ / Movies 20+
หนังซูม / Unmastered Movies
ภาพยนตร์จีน / chinese Movies
ภาพยนตร์เกาหลี / Korean Movies
ภาพยนตร์แอนนิเมชั่น / Animation
ภาพยนตร์ฝรั่ง / Movies
การ์ตูน / Cartoons
รายการเพลง&คอนเสิร์ต / Music&Concert
เกมส์โชว์ / Game Shows
ซิทคอม / Sitcom
รายการตลกขำขัน / Comedy Shows
รายการสารคดี / Documentary
บ้านและเทคโนโลยี / Home & Technology
รายการสุขภาพ / Health Variety
รายการธรรมะ / Dhamma
ฟุตบอลโลก 2010 / World Cup 2010
รายการกีฬา / Sports
โอลิมปิก 2012 / Olympic Games 2012
ซีเกมส์ 2009 / SEA Games 2009
พีทีทีไทยแลนด์โอเพ่น / PTT Thailand 2012
ยูโร 2012 / EURO 2012
โอลิมปิก 2008 / Olympic Games 2008
พีทีทีไทยแลนด์โอเพ่น / PTT Thailand 2010
เอเชี่ยนเกมส์ 2010 / Asain Games 2010
ซีเกมส์ 2011 / SEA Games 2011
รายการอาหาร / Cooking Shows
รายการท่องเที่ยว / Travel Show
เรื่องวิญญาณและสิ่งลี้ลับ / Mysteries Show
ทอล์กโชว์ / Talk Shows
รายการวันหยุดพิเศษ / Holiday Shows
เรียลลิตี้โชว์ / Reality & Singing Contest
วาไรตี้โชว์ / Variety Shows

ການໃຊ້ງານ Proxy ດ້ວຍ Add-ons ເສີມ FoxyProxy (Firefox & Chrome)


ມື້ນີ້ ຂພຈ ຈະມາແນະນຳການໃຊ້ Proxy ຜ່ານ extension ຊື່ວ່າ Foxyproxy ທີ່ສາມາດໃຊ້ໄດ້ທັງໃນ Firefox ແລະ Chrome
ກ່ອນອື່ນກໍ່ໂຫຼດມາຕິດຕັ້ງຕາມລິ້ງລຸ່ມນີ້ :
Firefox : Click here (Firefox)
Chrome : Click here (Chrome)

ໜ້າຕາຈະປະມານນີ້:

ໃນບົດຄວາມນີ້ ຂພຈ ຈະສາທິດວິທີໃຊ້ foxyproxy ເທິງ firefox ເນາະ
ຫຼັງຈາກທີ່ຕິດຕັ້ງ foxyproxy ແລ້ວຈະມີ ປຸ່ມຂອງ foxyproxy ປາກົດຂຶ້ນມາທາງຂ້າງ address bar
ຫຼັງຈາກນັ້ນກໍ່ກົດເຂົ້າເປີດ foxyproxy ເລີຍ ຫຼັງຈາກນັ້ນກໍ່ກົດເຂົ້າ "Add New Proxy"
 ແລ້ວຕໍ່ໄປເຮົາກໍ່ກົດເຂົ້າແທັບ Proxy Detail
ແລ້ວເລືອກ Manual Proxy Configuration
ແລ້ວກໍ່ໃສ່ໝາຍເລກ IP ແລະ Port ຂອງ proxy ທີ່ເຮົາຈະໃຊ້
ຖ້າ proxy ທີ່ເຮົາໃຊ້ຫາກເປັນການເຊື່ອມຕໍ່ແບບ Socks ແທນ HTTP/HTTPS ກໍ່ຕິກຖືກໃສ່ SOCKS proxy ແລ້ວເລືອກວ່າເປັນ SOCK v4 ຫຼື v5
(ກໍລະນີໃນຮູບແມ່ນການເຊື່ອມຕໍ່ແບບ HTTP)

ຖ້າເຮົາຢາກປ່ຽນຊື່ໃຫ້ຈື່ງ່າຍວ່າ proxy ອັນໃດເປັນອັນໃດ ກໍ່ກົດເຂົ້າແທັບ General ແລ້ວກຳນົດຊື່ແລ້ວກໍ່ກົດ "OK"
 ຫຼັງຈາກນັ້ນກໍ່ຮອດເວລາທີ່ເຮົາຈະໃຊ້ proxy ແລ້ວ
ໃຫ້ Click ຂວາໃສ່ icon foxyproxy ແລ້ວເລືອກ proxy ທີ່ເຮົາຈະໃຊ້

ພຽງເທົ່ານີ້ເຮົາກໍ່ສາມາດເຂົ້າເວັບຜ່ານ proxy ໄດ້ແລ້ວ (ເຂົ້າເວັບທີ່ຖືກບລັອກໄດ້)
ທ່ານຜູ້ອ່ານສາມາດເຂົ້າໄປເວັບດັ່ງລຸ່ມນີ້ເພື່ອຫາ proxy server ທີ່ຈະນຳມາໃຊ້

Friday, November 29, 2013

Sublime Text 2 ສຸດໃຈກັບ editor ໂຕນີ້.. [Download+Key]


ບົດຄວາມນີ້ຈະມາແຈກໂປແກມ editor ເສີຍໆເນາະ ບໍ່ມີຫຍັງຫຼາຍ 555+
ສ່ວນຕົວມັກ editor ນີ້ຫຼາຍເນາະເພາະເວລາຂຽນ script Python ລະຄືມັນມັນສ໌ມືແນວໃດບຸ ແປກໆ ຫະຫະ ສ່ວນສີ theme ຫຍັງຕ່າງໆຖືວ່າງາມແລະເຮັດໃຫ້ເວລາຂຽນໂຄ໋ດມີຄວາມສຸກຂຶ້ນແລະກະ ເບິ່ງໜ້າສົນໃຈກວ່າ editor ທຳມະດາ
ສາມາດຂຽນໂຄ໋ດໄດ້ຫຼາຍພາສາບໍ່ວ່າຈະ Python, Perl, C/C++, C#, JAVA, Ruby, Object-C ບລາ ບລາ ບລາ...
ທີ່ສຳຄັນແມ່ນມັນຮອງຮັບທັງ Windows, Mac, Linux 
ເສຍຢ່າງດຽວໂປແກມນີ້ເປັນປະເພດ commercial (ເສຍເງິນຊື້) ແຕ່ວ່າ ຂພຈ ກໍ່ຈຳເປັນແຫຼເນາະເລີຍຫາຄີຄົນອື່ນມາໃຊ້ =="
ສ່ວນຕົວກໍໃຊ້ໂຕນີ້ (Sublime Text 2) ກັບ Notepad++ (ໂປແກມມາດຕະຖານຂອງ Geek) ໃຜຂຽນໂຄ໋ດບໍ່ມີຖືວ່າແປກ!! ຫະຫະ
ມາເບິ່ງໜ້າຕາກັນກ່ອນຕັດສິນໃຈໂຫຼດ


ກະປະມານນີ້ຖ້າໃຜຢາກລອງກໍ່ໂຫຼດມາລອງໃຊ້ໄດ້ເລີຍຕາມລິ້ງທາງລຸ່ມນີ້..
http://www.sublimetext.com/2
Key :
http://www.mediafire.com/download/b40jxcz0elwcfaq/sublime_text2_key.txt

Saturday, November 23, 2013

Sikuli ຂຽນໂປແກມຄວບຄຸມ Desktop ອັດຕະໂນມັດດ້ວຍ ຄຳສັ່ງ+ຮູບພາບ..!! (ຂຽນງ່າຍ,ສະດວກ)



Sikuli ເປັນການຂຽນໂປແກມໃນຮູບແບບທີ່ແປກໃໝ່(ສຸດໆ) ໂດຍການໃຊ້ຄຳສັ່ງ + ຮູບພາບ (ງ່າຍ......)ໂດຍໂປແກມຈະເຮັດຕາມຄຳສັ່ງທີ່ເຮົາໄດ້ຂຽນໄວ້ໂດຍອັດຕະໂນມັດ(ຄັກໆ)
ການເຮັດວຽກຂອງມັນກໍ່ຄ້າຍໆ Bot . ໂດຍມັນຈະເຮັດທຸກຢ່າງອັດຕະໂນມັດ ຂຶ້ນກັບວ່າເຮົາຂຽນແນວໃດ..
ໂດຍ Sikuli ຖືກພັດທະນະໂດຍ MIT(Mssachusetts Institute of Technology)
ແລະ Sikuli ຈະໃຊ້ Jython ໃນການຂຽນຄຳສັ່ງ ດັ່ງນັ້ນຄຳສັ່ງຕ່າງໆໃນການຂຽນ Sikuli ຈຶ່ງຄ້າຍໆ Python ນອກນັ້ນຍັງ Sikuli ສາມາດໃຊ້ງານໄດ້ໃນທຸກ Platform
ແລະຖ້າວ່າທ່ານຜູ້ອ່ານສົນໃຈຢາກລອງໃຊ້ແມ່ນສາມາດໂຫຼດ Sikuli IDE ຢູ່ນີ້ເລີຍ : http://www.sikuli.org/download.html
Document ສຳລັບຜູ້ສົນໃຈສຶກສາ : http://doc.sikuli.org

Tuesday, November 19, 2013

ແຈກອີກແລ້ວ!! ລະຫັດເບິ່ງໜັງເວັບ bbtvthai ມູນຄ່າ $96/ປີ


ຈ່າຫົວບົດຄວາມຢາກວ່າເວີ້ແຮງແລ້ວ ຫະຫະ ແຕ່ກະແມ່ນຄວາມຈິງນະລະ ເວັບນີ້ມີໜັງ, ລະຄອນ, ກາຕູນ, ຢາກວ່າຫຼາຍຄົບຄັນເນັດບ້ານເຮົາເວລາໄວແນ່ກໍ່ເບິ່ງໄດ້ສະບາຍເລີຍ(ຈາກປະສົບການຈິງ ^^) ແຕ່ວ່າລາຄາລະຫັດຢາກວ່າສູງແດ່.. ແຕ່ທາງແອັດມິນໃຈດີ ແຈກຟຣີໝູ່ເພື່ອນເຮົາໃຫ້ເອົາໄປຊົມໃຊ້ກັນ ຟຣີໆເບີຍ...!!
web : www.bbtvthai.com
ກົດເພື່ອເບິ່ງລະຫັດສຳລັບທ່ານທີ່ມີຄຳເຫັນສາມາດ ຄອມເມັ້ນ ດ້ານລຸ່ມນີ້ເລີຍ  ↓

Monday, November 18, 2013

OWASP Bricks ເວັບແອັບເພື່ອຮຽນແຮັກ..!!


OWASP Bricks ເປັນ Web Application ທີ່ເປັນ Open source ທີ່ສ້າງຂຶ້ນມາເພື່ອຮຽນຮູ້ດ້ານຄວາມປອດໄພ ຫຼື ທີ່ເອີ້ນກັນງ່າຍໆກະເວັບແອັບທີ່ສ້າງມາເພື່ອໃຫ້ພວກເຮົາເອົາໄປຮຽນແຮັກວ່າຊັ້ນສາ...
ໃນເວັບແອັບ ໂຕນີ້ຈະມີໃຫ້ເຮົາລອງພວກຊ່ອງໂວ່ພື້ນຖານເຊັ່ນ : SQL Injection, Unrestricted file upload...

ຖ້າທ່ານສົນໃຈລອງໂຫຼດໄປລອງຫຼິ້ນເບິ່ງໄດ້ຕາມລິ້ງນີ້ : http://sechow.com/bricks/download.html
ສຳລັບເວີຊັ້ນປັດຈຸບັນແມ່ນ OWASP Bricks 2.1 Mora
ສຳລັບຂັ້ນຕອນການຕິດຕັ້ງກໍ່ເຮັດຕາມນີ້ໄດ້ : http://sechow.com/bricks/docs/installation.html
ຖ້າມີຄຳເຫັນຫຍັງ ຫຼືບໍ່ສາມາດຜ່ານດ່ານໃດກໍ່ປຶກສາກັນໄດ້ເດີ້ (^-^)

Tuesday, October 29, 2013

ພາສາຍອດນິຍົມປີ 2013

ພາສາຍອດນິຍົມໃນປີ 2013
Python 29.8% *-* ງູກິນ

Friday, August 30, 2013

ແຈກ!! ລະຫັດເບິ່ງໜັງຟຣີທີ່ເວັບ "Nungonline"

 
ມື້ນີ້ອາລົມດີເປັນພິເສດເລີຍວ່າຈະແຈກລະຫັດເບິ່ງໜັງຟຣີືໆ ເປັນເວັບໜຶ່ງທີ່ມີໜັງຫຼາຍ...
www.nungonline.com
ແນະນຳໃຫ້ໂຫຼດເອົາ(ໃຊ້ IDM, Orbit ...) ເພາະຖ້າຈະເບິ່ງອອນໄລນ໌ເລີຍແມ່ນເນັດບ້ານເຮົາຄືຊິຍັງໄວບໍ່ພໍ
ແລະອີກຢ່າງທີ່ສຳຄັນສຸດແມ່ນ : ຕ້ອງ Logout ທຸກໆເທື່ອເພື່ອຄົນອື່ນຈະໄດ້ໃຊ້ລະຫັດຕໍ່ເດີ້
ຫ້າມປ່ຽນລະຫັດເດີ້ ຜູ້ຂຽນຄ້ານນຳໄປປ່ຽນຄືນ ຫະຫະ
ກົດເພື່ອເບິ່ງລະຫັດ
ຖ້າໝົດອາຍຸແລະແຈ້ງໄດ້ເດີ້ (^-^)

Sunday, July 14, 2013

[Python] MD5 Bruceforce ໃຊ້ Wordlist

ສຳລັບ Wordlist ແມ່ນຫາໃນ Google ເນາະມີໃຫ້ໂຫຼດຫຼາຍໆ ຫຼືໃຜໃຊ້ Backtrack ກໍ່ມີ Wordlist ໃຫ້ແລ້ວໃນ Directory : /pentest/password/wordlist (ຕິເບາະຖ້າຈື່ບໍ່ຜິດ 55)

Code Wars: Ruby vs Python vs PHP [Infographic]



credit : udemy blog

Friday, July 12, 2013

ວິທີອັບໂຫຼດ Shell ຜ່ານທາງ phpmyadmin

ສະບາຍດີພີ່ນ້ອງ ຄົນລາວເຮົາ
ໂອກາດນີ້ຂ້າພະເຈົ້າ ຈະມາເວົ້າເລື່ອງອັບ ຫອຍ (shell) ຂຶ້ນໄປເທິງ Server ຜ່ານທາງ phpMyAdmin
ກໍລະນີນີ້ແມ່ນເຮົາຮູ້ username & password ຂອງ phpMyAdmin ແລ້ວບໍ່ວ່າຈະຈາກວິທີໃດ ຈາກ sql injection ບໍ ຫຼືຈາກ file backup ທີ່ເຈົ້າຂອງເວັບບັງເອີນປະໄວ້ໂດຍບໍ່ທັນໄດ້ຄິດຫຍັງປະມານນີ້ເນາະ
.. ບົດຄວາມນີ້ແມ່ນຈຳລອງໃນ localhost ຂອງໂຕເອງນໍ ຜ່ານ Appserv
ອ່ະເຮົາກະມາເລີ່ມກັນເລີຍດີກວ່ານໍ

ກ່ອນອື່ນໃຫ້ເຂົ້າໄປphpmyadmin ແລ້ວ login ເຂົ້າໄປ ແລ້ວກໍ່ເບິ່ງຕາມຮູບນີ້
ບາດນີ້ມາເບິ່ງ ເບິ່ງ Code ນີ້ ເຊິ່ງເປັນພາສາ sql ຈະມີການສ້າງ database, table ແລະກະຍັດ code php ເຂົ້າໄປໃນ table ນັ້ນຫຍັງປະມານນີ້ເນາະ

ສຳລັບ Shell ໂຕນີ້ແມ່ນສາມາດໃຊ້ຄຳສັ່ງຄືເຮົາກຳລັງໃຊ້ CMD ໃນວິນໂດ້ເລີຍເນາະ ວິທີໃຊ້ກໍ່ shell.php?cmd=[commands] ຫຼັງຈາກນັ້ນກໍ່ລອງເຂົ້າເບິ່ງເລີຍເນາະ ຕົວຢ່າງ:
http://localhost/shell.php?cmd=dir
GAME OVER!

ກໍລະນີນີ້ເຮົາກໍ່ສາມາດສ້າງ user ແລ້ວກໍ່ເພີ່ມສິດເປັນ admin ແລ້ວກໍ່ remote ເຄື່ອງເປົ້າໝາຍໄດ້ເລີຍ (ຖ້າ remote ເປັນ "on") 
ຫຼືຖ້າບໍ່ຢາກໃຊ້ shell ແບບນິເຮົາກໍ່ສາມາດຍັດ php code ທີ່ເປັນ ໄຟລ໌ upload ຂຶ້ນໄປແທນແລ້ວຄ່ອຍອັບຫອຍຈຳພວກ c99 , r57 ບໍ່ ແບບນິກໍ່ໄດ້ນໍ

ຫວັງວ່າທຸກທ່ານຈະເຂົ້າໃຈ ແລະ ມັກບົດຄວາມຂອງຂ້າພະເຈົ້ານໍ  
ຖ້າມີບ່ອນໃດຜິດບໍ່ຖືກວ່າງໃດກໍ່ບອກໄດ້ເດີ້ ເຮົາຈະນຳມາປັບປຸງໃຫ້ດີໆຂຶ້ນ

ຂໍຂອບໃຈ.

Wednesday, July 10, 2013

Google Drive : Script Execution [ການໂຈມຕີແບບ Phishing]


ອ່ານຈາກຫົວຂໍ້ກໍໜ້າຈະຮູ້ແລ້ວເນາະວ່າກ່ຽວກັບ Google Drive. ຫຼັງຈາກທີ່ໄດ້ໄປຮ່ວມງານ GOOGLE Service Workshop ຕອນ Google Drive ຂອງ GDG Vientiane ທີ່ໄດ້ຈັດຂຶ້ນ ວັນທີ 6 ກໍລະກົດ 2013 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ ກໍ່ໄດ້ຄິດວ່າລະບົບນິຊິມີຊ່ອງໂວ່ຫຍັງບໍ .. ກໍ່ນັ່ງຫາໆໄປ ບັງເອີນເຫັນບົດຄວາມໜຶ່ງທີ່ TheHackerNews.com ເປັນການຄົ້ນພົບເຫັນຂອງນັກກວດສອບລະບົບຊາວອິນເດຍທ່ານໜຶ່ງ ເພິ່ນວ່າ Google Drive ມີວິທີ Execute script ຜ່ານໜ້າເວັບ Google Drive ໄດ້ເລີຍເຊິ່ງເພິ່ນກໍ່ແຈ້ງໄປທາງ Google ຮຽບຮ້ອຍແລ້ວແຕ່ ທາງ Google ບອກວ່າມັນບໍ່ແມ່ນບັ໋ກ ເປັນສິ່ງທີ່ເຂົາເຮັດມາເພື່ອການນີ້ຢູ່ແລ້ວ .. ( ?? ງົງຫຼາຍເຕີບ ຫະຫະ) ດັ່ງນັ້ນທາງ Google ກໍ່ເລີຍບໍ່ໄດ້ແກ້ໄຂຫຍັງຈົນເຖິງປັດຈຸບັນ ນີ້.
ແລ້ວອັນທີ່ເວົ້າມາທາງເທິງນີ້ມັນສາມາດເຮັດຫຍັງໄດ້ແດ່ ? ແລະຊິມີຜົນຕໍ່ຜູ້ໃຊ້ຢ່າງພວກເຮົາຢູ່ບໍ ?
ຄຳຕອບ: ແມ່ນຖ້າເປັນຜູ້ໃຊ້ທີ່ເປັນບຸກຄົນທຳມະດາ ໂອກາດຖືກດັກເອົາ email & password ກໍ່ອາດມີສູງແດ່ .
ຄຳຖາມຕໍ່ມາແລ້ວເພິ່ນເຮັດຈັ່ງໃດ?
ເນື່ອງຈາກບັນຫາແມ່ນເຮົາສາມາດ execute script ໄດ້ຜ່ານໜ້າ Google drive ໄດ້ເລີຍຈຶ່ງເປັນຊ່ອງທາງຂອງການເຮັດ Phishing ຫຼື ປ່ອຍ Malware ໆລໆ.
ແທນທີ່ໆ Google Drive ຈະນຳເຮົາໄປໜ້າ Download ໄຟລ໌ດັ່ງກ່າວແຕ່ມັນພັດ run ໄຟລ໌ນັ້ນແທນເຮັດໃຫ້ເຮົາຄິດວ່າໜ້າດັ່ງກ່າວແມ່ນໜ້າຂອງ Google ແທ້ໆເພາະ url ກໍ່ເປັນ url ຂອງ Google ເຮັດໃຫ້ຄົນສ່ວນຫຼາຍເຊື່ອແລະໄວ້ວາງໃຈ.
ຕົວຢ່າງ Link ດາວໂຫຼດໄຟລ໌ຂອງ Google Drive ຈະເປັນແນວນີ້:
https://docs.google.com/uc?authuser=0&id=0B1Aj082HRqaIaW5YclV3aS1mTEk&export=download
ແຕ່ຖ້າຈະໃຫ້ມັນ execute ກໍ່ພຽງແຕ່ປ່ຽນຈາກ download ເປັນ view
https://docs.google.com/uc?authuser=0&id=0B1Aj082HRqaIaW5YclV3aS1mTEk&export=view
ເທົ່ານີ້ກໍ່ສາມາດ run script ຂອງຕົວເອງຢູ່ Google Drive ໄດ້ ແລ້ວ
ແລ້ວເຮົາຈະຖືກໂຈມຕີແບບ Phishing ແນວໃດ ?
ວິທີງ່າຍໆທຳມະດາແມ່ນ Upload ໄຟລ໌ html ທຳມະດາຂຶ້ນໄປ

ໂດຍໄຟລ໌ທຳມະດານີ້ອາດຈະ Copy Source Code ຈາກໜ້າ Login ຂອງ Google Drive ແລ້ວ paste ໃສ່ editor ແລ້ວປັບປ່ຽນ ໃຫ້ສົ່ງຂໍ້ມູນ email & password ເຂົ້າໄປ Server ຂອງຜູ້ບໍ່ຫວັງດີແທນທີ່ຈະສົ່ງໄປ Server ຂອງ Google ເພື່ອ Login
ພາບຕົວຢ່າງ:


ໃນນີ້ແມ່ນການປ່ຽນປາຍທາງຂອງ Login Form ໄປເວັບຂອງຜູ້ບໍ່ຫວັງດີ, ໃນນີ້ກໍ່ຄື sengxay.site88.net/get.php ສ່ວນ get.php ກໍ່ຈະທຳການ ບັນທຶກຂໍ້ມູນ email & password ໄວ້ແລ້ວ redirect ທ່ານໄປສູ່ໜ້າປົກກະຕິ.
ໃນນີ້ລິ້ງດາວໂຫຼດຂອງໄຟລ໌ login.html ແມ່ນ
https://docs.google.com/uc?authuser=0&id=0B1Aj082HRqaIV1lVMUNqNzZoaVk&export=download
ແລ້ວປ່ຽນຄຳວ່າ "download" ເປັນ "view"
https://docs.google.com/uc?authuser=0&id=0B1Aj082HRqaIV1lVMUNqNzZoaVk&export=view
ແລ້ວສົ່ງໄປໃຫ້ເຫຍື່ອຄ້າຍໆເຮັດ Social Engineering ແຕ່ສົມຈິງກວ່າຍ້ອນເຮົາໄດ້ Url ຂອງ Google ມາເຮັດ phishing ເລີຍ, ເມື່ອເຂົ້າໄປເບິ່ງ Link ດັ່ງກ່າວກໍ່ຈະເຫັນຄືໜ້າ Login ປົກກະຕິ ຄ້າຍໆວ່າເຈົ້າຕ້ອງ Login ກ່ອນຈັ່ງສາມາດອ່ານ ໄຟລ໌ດັ່ງກ່າວໄດ້.

ສັງເກດຈຸດຜິດປົກກະຕິຢູ່ URL ຈະເປັນແບບນີ້
https://doc-14-8g-docs.googleusercontent.com/docs/securesc/ha0ro937gcuc7l7deffksulhg5h7mbp1/95fs3ft6e6d9jrmvjip9epbnrbspcs7s/1373421600000/06382057833040067281/*/0B1Aj082HRqaIV1lVMUNqNzZoaVk?h=16653014193614665626&e=view
ແຕ່ຖ້າເຮົາບໍ່ຮູ້ກໍ່ຈະພິມ email & password ເຂົ້າໄປປົກກະຕິ ແຕ່ພັດຖືກດັກແລ້ວສົ່ງໄປໃຫ້ Hacker ຊ້ຳ
email & password ຂອງເຫຍື່ອກໍ່ຖືກດັກເປັນທີ່ຮຽບຮ້ອຍ
*ຄວນປ້ອງກັນແນວໃດ ?
ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ
ຄວນສັງເກດ Link ກ່ອນຈະເຂົ້າລະບົບຫຍັງທີ່ສຳຄັນຢູ່ສະເໝີ

ສ່ວນວ່າໃຜຄິດຈະເຮັດກໍ່ແນະນຳຢ່າເຮັດເລີຍ ເພາະມັນສ່ຽງທີ່ຈະຖືກຈັບໄດ້ ງ່າຍໆ ເນາະ ;)

ເປັນແນວໃດອ່ານແລ້ວຮູ້ສຶກວ່າໂລກເຮົາຢູ່ຍາກຂຶ້ນນັບມື້ບໍ່ 55 , ບົດຄວາມນີ້ ຂ້າພະເຈົ້າຕັ້ງໃຈຂຽນ ແລະໃຊ້ເວລາຫຼາຍຊົ່ວໂມງຫຼາຍ (ບໍ່ເຄີຍຂຽນຫຍັງແບບນິຈັກເທື່ອ) ເປັນແນວໃດກໍ່ຕິຊົມ ຄອມເມັ້ນໄດ້ ເດີ້

Tuesday, July 9, 2013

Short Link ຈັດ Link ສັ້ນໆ ມາໃຫ້ເຖິງທີ່ ! [Freeware]


ໂປແກມ ຫຍໍ້ຂະໜາດ Link ຈາກຍາວໆ ຍາກຕໍ່ການຈົດຫຼືຈື່ ແລະ ບໍ່ສວຍງາມ ໃຫ້ ມັນສັ້ນລົງເຫຼືອພຽງແຕ່ນິດດຽວ ສັ້ນໆງາມໆ ງ່າຍໆ
ດາວໂຫຼດ : http://bit.ly/12VsqgF

Monday, July 8, 2013

Script ກວດສອບ Domain ວ່າງຫຼືບໍ່ ?

Python : Short Url (bit.ly) script

Facebook Like Random

ໂປແກມສຸ່ມຜູ້ໂຊກດີ ຈາກການ Like ແບບ Random
ຢາກພັດທະນາຝີມືເລີຍພະຍາຍາມຂຽນໂປແກມໂຕນີ້ຂຶ້ນມາ

ໂປແກມໂກງຫົວໃຈເກມ Diamond Dash

ໂປແກມໂກງຫົວໃຈເກມ Diamond Dash
ບໍ່ແມ່ນຫຍັງ ວ່າງຈັດ ເລີຍຈັດໂປຣ ນິຂຶ້ນມາ
ດາວໂຫຼດ : http://goo.gl/cWTYZ

Dictionary English-Lao Lao-English


ໂປແກມແປພາສາ ອັງກິດ-ລາວ ລາວ-ອັງກິດ
ດາວໂຫຼດຟຣີ : http://goo.gl/R59tV
ຖ້າມີບັນຫາຫຍັງ ຫຼື ຢາກໃຫ້ພັດທະນາຫຍັງແດ່ ໂພສບອກໄດ້ເລີຍເດີ້ :)