Pages - Menu

Friday, December 6, 2013

ການໃຊ້ງານ Proxy ດ້ວຍ Add-ons ເສີມ FoxyProxy (Firefox & Chrome)


ມື້ນີ້ ຂພຈ ຈະມາແນະນຳການໃຊ້ Proxy ຜ່ານ extension ຊື່ວ່າ Foxyproxy ທີ່ສາມາດໃຊ້ໄດ້ທັງໃນ Firefox ແລະ Chrome
ກ່ອນອື່ນກໍ່ໂຫຼດມາຕິດຕັ້ງຕາມລິ້ງລຸ່ມນີ້ :
Firefox : Click here (Firefox)
Chrome : Click here (Chrome)

ໜ້າຕາຈະປະມານນີ້:

ໃນບົດຄວາມນີ້ ຂພຈ ຈະສາທິດວິທີໃຊ້ foxyproxy ເທິງ firefox ເນາະ
ຫຼັງຈາກທີ່ຕິດຕັ້ງ foxyproxy ແລ້ວຈະມີ ປຸ່ມຂອງ foxyproxy ປາກົດຂຶ້ນມາທາງຂ້າງ address bar
ຫຼັງຈາກນັ້ນກໍ່ກົດເຂົ້າເປີດ foxyproxy ເລີຍ ຫຼັງຈາກນັ້ນກໍ່ກົດເຂົ້າ "Add New Proxy"
 ແລ້ວຕໍ່ໄປເຮົາກໍ່ກົດເຂົ້າແທັບ Proxy Detail
ແລ້ວເລືອກ Manual Proxy Configuration
ແລ້ວກໍ່ໃສ່ໝາຍເລກ IP ແລະ Port ຂອງ proxy ທີ່ເຮົາຈະໃຊ້
ຖ້າ proxy ທີ່ເຮົາໃຊ້ຫາກເປັນການເຊື່ອມຕໍ່ແບບ Socks ແທນ HTTP/HTTPS ກໍ່ຕິກຖືກໃສ່ SOCKS proxy ແລ້ວເລືອກວ່າເປັນ SOCK v4 ຫຼື v5
(ກໍລະນີໃນຮູບແມ່ນການເຊື່ອມຕໍ່ແບບ HTTP)

ຖ້າເຮົາຢາກປ່ຽນຊື່ໃຫ້ຈື່ງ່າຍວ່າ proxy ອັນໃດເປັນອັນໃດ ກໍ່ກົດເຂົ້າແທັບ General ແລ້ວກຳນົດຊື່ແລ້ວກໍ່ກົດ "OK"
 ຫຼັງຈາກນັ້ນກໍ່ຮອດເວລາທີ່ເຮົາຈະໃຊ້ proxy ແລ້ວ
ໃຫ້ Click ຂວາໃສ່ icon foxyproxy ແລ້ວເລືອກ proxy ທີ່ເຮົາຈະໃຊ້

ພຽງເທົ່ານີ້ເຮົາກໍ່ສາມາດເຂົ້າເວັບຜ່ານ proxy ໄດ້ແລ້ວ (ເຂົ້າເວັບທີ່ຖືກບລັອກໄດ້)
ທ່ານຜູ້ອ່ານສາມາດເຂົ້າໄປເວັບດັ່ງລຸ່ມນີ້ເພື່ອຫາ proxy server ທີ່ຈະນຳມາໃຊ້

No comments:

Post a Comment